YouVersion Logo
Search Icon

ປະຖົມມະການ 1

1
ພຣະເຈົ້າ​ສ້າງ​ຈັກກະວານ
1ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ 2ໂລກ​ບໍ່ທັນ​ມີ​ຮູບຮ່າງ​ແລະ​ຍັງ​ວ່າງ​ເປົ່າ​ຢູ່. ຄວາມມືດ​ໄດ້​ຫຸ້ມຫໍ່​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ໄພສານ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ໄດ້​ປົກຄຸມ​ຢູ່​ເທິງ​ໜ້າ​ນໍ້າ. 3ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ເກີດ​ມີ​ແສງ​ແຈ້ງ​ສ່ອງ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ. 4ພຣະເຈົ້າ​ໄດ້​ເຫັນ​ແຈ້ງ​ນັ້ນ​ແລ້ວ​ເຫັນ​ວ່າ​ດີ. ພຣະເຈົ້າ​ແຍກ​ແຈ້ງ​ອອກ​ຈາກ​ມືດ 5ແລະ​ພຣະເຈົ້າ​ໄດ້ເອີ້ນ​ແຈ້ງ​ນັ້ນ​ວ່າ, “ກາງ​ເວັນ.” ແລະ​ໄດ້ເອີ້ນ​ມືດ​ນັ້ນ​ວ່າ, “ກາງ​ຄືນ.” ມີ​ເວລາ​ຄໍ່າ​ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ໜຶ່ງ.
6ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ແຜ່ນ​ຟ້າ​ໃນ​ລະຫວ່າງ​ນໍ້າ ແຍກ​ນໍ້າ​ອອກ​ຈາກ​ກັນ​ເປັນ​ສອງ​ສ່ວນ.” 7ພຣະ​ເຈົ້າ​ຈຶ່ງ​ຊົງ​ສ້າງ​ແຜ່ນ​ຟ້າ ແລະ​ແຍກ​ນໍ້າ​ອອກ​ຈາກ​ກັນ​ຄື: ນໍ້າ​ທີ່​ຢູ່​ເທິງ​ແຜ່ນ​ຟ້າ​ແລະ​ນໍ້າ​ທີ່​ຢູ່​ລຸ່ມ​ແຜ່ນ​ຟ້າ. ແລະ​ກໍ​ເປັນ​ດັ່ງນັ້ນ. 8ພຣະເຈົ້າ​ໄດ້ເອີ້ນ​ແຜ່ນ​ຟ້າ​ນັ້ນ​ວ່າ, “ຟ້າ.” ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສອງ.
9ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ. 10ພຣະເຈົ້າ​ໄດ້ເອີ້ນ​ບ່ອນ​ແຫ້ງ​ນັ້ນ​ວ່າ, “ແຜ່ນດິນ​ໂລກ.” ແລະ​ບ່ອນ​ທີ່​ນໍ້າ​ມາ​ໂຮມກັນ​ນັ້ນ​ວ່າ, “ທະ​ເລ.” ພຣະເຈົ້າ​ໄດ້​ເຫັນ​ວ່າ​ສິ່ງ​ນັ້ນ​ດີ. 11ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ແຜ່ນດິນ​ເກີດ​ພືດ​ທຸກ​ຊະນິດ​ທັງ​ແນວ​ເປັນເມັດ​ແລະ​ແນວ​ເປັນ​ໝາກ​ຕາມ​ຊະນິດ​ຂອງ​ມັນ.” ແລະ​ກໍ​ເປັນ​ດັ່ງນັ້ນ. 12ສະນັ້ນ ພືດ​ທຸກ​ຊະນິດ​ຈຶ່ງ​ເກີດຂຶ້ນ​ຕາມ​ຊະນິດ​ຂອງ​ມັນ. ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ. 13ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສາມ.
14ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ດວງແຈ້ງ​ໃນ​ທ້ອງຟ້າ ແຍກ​ກາງເວັນ​ຈາກ​ກາງຄືນ ແລະ​ໃຫ້​ເປັນ​ເຄື່ອງໝາຍ​ກຳນົດ​ເວລາ​ຂອງ​ມື້, ປີ ແລະ​ລະດູ​ການ; 15ໃຫ້​ດວງແຈ້ງ​ແຫ່ງ​ຈັກກະວານ​ນັ້ນ ສ່ອງ​ແສງ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ.” ແລະ​ກໍ​ເປັນ​ດັ່ງນັ້ນ. 16ສະນັ້ນ ພຣະເຈົ້າ​ຈຶ່ງ​ສ້າງ​ດວງແຈ້ງ​ໃຫຍ່​ສອງ​ດວງ​ຄື: ດວງ​ຕາເວັນ​ເພື່ອ​ຄອບຄອງ​ກາງເວັນ ແລະ​ດວງຈັນ​ເພື່ອ​ຄອບຄອງ​ກາງຄືນ; ພຣະອົງ​ຍັງ​ສ້າງ​ດວງດາວ​ອື່ນໆ​ອີກ. 17ພຣະເຈົ້າ​ໄດ້​ກຳນົດ​ຕຳ​ແໜ່​ງ​ດວງແຈ້ງ​ທັງຫລາຍ​ໄວ້​ໃນ​ຈັກກະວານ​ໃຫ້​ສ່ອງແສງ​ລົງ​ມາ​ສູ່​ໂລກ 18ເພື່ອ​ຄອບຄອງ​ກາງເວັນ​ກັບ​ກາງຄືນ ແລະ​ໃຫ້​ແຍກ​ແຈ້ງ​ຈາກ​ມືດ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ. 19ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສີ່.
20ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ສັດ​ຫລາຍ​ຈຳພວກ​ເກີດຂຶ້ນ​ຢູ່​ໃນ​ນໍ້າ ແລະ​ໃຫ້​ມີ​ນົກ​ບິນ​ໄປມາ​ໃນ​ທ້ອງຟ້າ​ອາກາດ.” 21ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນິຣະມິດ​ສ້າງ​ສັດ​ທະເລ​ຂະໜາດ​ໃຫຍ່ ພ້ອມ​ກັບ​ບັນດາ​ສັດນໍ້າ​ທີ່​ມີ​ຊີວິດ​ເຄື່ອນໄຫວ​ໄປມາ​ຕາມ​ຊະນິດ​ຂອງ​ມັນ ເກີດຂື້ນ​ຢ່າງ​ບໍຣິບູນ​ໃນ​ນໍ້າ​ນັ້ນ; ນົກ​ທຸກ​ປະເພດ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ. 22ພຣະເຈົ້າ​ໄດ້​ອວຍພອນ​ສັດ​ເຫຼົ່ານັ້ນ ໃຫ້​ພາກັນ​ແຜ່ຜາຍ​ຂະຫຍາຍ​ພັນ​ທະວີຄູນ​ຫລາຍ​ຂຶ້ນ​ຢູ່​ເຕັມ​ນໍ້າ​ທະ​ເລ ແລະ​ທັງ​ໃຫ້​ມີ​ຝູງ​ນົກ​ແຜ່ຜາຍ​ຂະຫຍາຍ​ພັນ​ທະວີຄູນ​ຫລາຍ​ຂຶ້ນ​ຢູ່​ເຕັມ​ແຜ່ນດິນ​ໂລກ. 23ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫ້າ.
24ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ສັດ​ຈຳພວກ​ຕ່າງໆ​ຄື: ສັດ​ບ້ານ, ສັດປ່າ ແລະ​ສັດ​ຍ່າງຍ້າຍ​ເລືອຄານ ເກີດຂຶ້ນ​ທົ່ວ​ແຜ່ນດິນ​ໂລກ.” ແລະ​ກໍ​ເປັນ​ດັ່ງນັ້ນ. 25ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ສັດປ່າ​ຕາມ​ຊະນິດ​ຂອງ​ມັນ, ສັດ​ບ້ານ​ຕາມ​ຊະນິດ​ຂອງ​ມັນ ແລະ​ສັດ​ຍ່າງຍ້າຍ​ເລືອຄານ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.
26ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ບັດນີ້ ເຮົາ​ຈະ​ສ້າງ​ມະນຸດ​ໃຫ້​ມີ​ຮູບ​ລັກສະນະ​ຄື​ເຮົາ, ຕາມ​ແບບຢ່າງ​ຂອງ​ເຮົາ; ເຂົາ​ຈະ​ມີ​ອຳນາດ​ເໜືອ​ປາ, ນົກ, ສັດ​ທັງໝົດ; ບໍ່​ວ່າ​ສັດ​ລ້ຽງ​ຫລື​ສັດປ່າ, ສັດ​ໃຫຍ່​ຫລື​ສັດ​ນ້ອຍ​ກໍດີ.” 27ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນິຣະມິດ​ສ້າງ​ມະນຸດ​ໃຫ້​ມີ​ຮູບ​ລັກສະນະ​ຂອງ​ພຣະອົງ ຕາມ​ພຣະ​ລັກສະນະ​ຂອງ​ພຣະເຈົ້າ. ພຣະອົງ​ໄດ້​ນິຣະມິດ​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ​ແລະ​ຍິງ 28ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ​ພຣະເຈົ້າ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ແຜ່ຜາຍ​ຂະຫຍາຍ​ທະວີຄູນ​ຫລາຍ​ຂຶ້ນ ເພື່ອ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຢູ່​ທົ່ວ​ທຸກ​ແຫ່ງຫົນ ແລະ​ປົກຄອງ​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປາ, ນົກ ແລະ​ສັດປ່າ​ທຸກ​ຊະນິດ.” 29ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ໃຫ້​ພືດ​ເປັນເມັດ ແລະ​ໝາກໄມ້​ທຸກ​ຊະນິດ​ແກ່​ເຈົ້າ​ເປັນ​ອາຫານ, 30ແຕ່​ສຳລັບ​ສັດປ່າ ແລະ​ນົກ​ທຸກ​ຊະນິດ​ນັ້ນ ເຮົາ​ໃຫ້​ຫຍ້າ​ກັບ​ພືດ​ໃບ​ຂຽວ​ທັງໝົດ​ເປັນ​ອາຫານ.” ແລະ​ກໍ​ເປັນ​ດັ່ງນັ້ນ. 31ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy